
| Home | ແນະນຳໂຄງການ | EMS | ສະມາຊິກ | ຕິດຕໍ່ສອບຖາມ | 
|---|---|---|---|---|
| ເພຈນີ້ ແມ່ນ ສ້າງຂຶ້ນທີ່ ພາກສະໜາມຂອງໂຄງການ. |   | |||
| ເວັບໄຊ້ທາງການແມ່ນຄລິກໃສ່ບ່ອນນີ້ |  | |||
 EMS (Emergency Medical Services) ແມ່ນ ການບໍລິການ ນັບຕັ້ງແຕ່ການສົ່ງຄຳຂໍສຸກເສີນ ຈົນໄປເຖິງການປິ່ນປົວສຸກເສີນ. ເຊິ່ງຈຳນວນຊີວິດທີ່ສາມາດຊ່ວຍເຫຼືອໄດ້ນັ້ນ ຈະປ່ຽນໄປ ໂດຍຂຶ້ນກັບວ່າ ການຈັດຕັ້ງປະຕິບັດສິ່ງເຫຼົ່ານີ້ ມີປະສິດຕິພາບສ່ຳໃດ.
 EMS (Emergency Medical Services) ແມ່ນ ການບໍລິການ ນັບຕັ້ງແຕ່ການສົ່ງຄຳຂໍສຸກເສີນ ຈົນໄປເຖິງການປິ່ນປົວສຸກເສີນ. ເຊິ່ງຈຳນວນຊີວິດທີ່ສາມາດຊ່ວຍເຫຼືອໄດ້ນັ້ນ ຈະປ່ຽນໄປ ໂດຍຂຶ້ນກັບວ່າ ການຈັດຕັ້ງປະຕິບັດສິ່ງເຫຼົ່ານີ້ ມີປະສິດຕິພາບສ່ຳໃດ.|  ດວງດາວແຫ່ງຊີວິດ  | ||
|---|---|---|
| 1. | ການພົບເຫດ | ເລີ່ມຈາກ ການພົບເຫັນຜູ້ປ່ວຍ, ຄົນເຈັບ ຫລື ອຸບັດຕິເຫດ. ໃນບາງກໍລະນີ ກໍອາດຈະເປັນຜູ້ບາດເຈັບເອງ. | 
| 2. | ການແຈ້ງເຫດ | ເອີ້ນລົດໂຮງໝໍ ນຳສູນຮັບແຈ້ງເຫດ-ສັ່ງການ. ທີ່ນະຄອນຫຼວງວຽງຈັນ ໃນອະນາຄົດ ແມ່ນ ມີແຜນຈະນຳໃຊ້ ນ້ຳເບີໂທລະສັບ 1195 | 
| 3. | ການອອກຮັບເຫດຂອງລົດໂຮງໝໍ | ລົດໂຮງໝໍຈະອອກໄປຮັບເຫດ ຕາມຄຳຮ້ອງຂໍຂອງສູນຮັບແຈ້ງເຫດ-ສັ່ງການ | 
| 4. | ການດູແລຄົນເຈັບຢູ່ສະຖານທີ່ເກີດເຫດ | ທີມງານກູ້ໄພທີ່ໄປຮອດຈຸດເກີດເຫດ ຈະກວດກາສະຖານະການ ແລະ ໃຫ້ການປະຖົມພະຍາບານ. | 
| 5. | ການດູແລຄົນເຈັບໃນຂະນະທີ່ກຳລັງນຳສົ່ງ | ທີມງານກູ້ໄພທີ່ກຳລັງນຳສົ່ງຄົນເຈັບໄປຍັງໂຮງໝໍ ຈະກວດກາອາການ ແລະ ໃຫ້ການປະຖົມພະຍາບານ. | 
| 6. | ການເຊີດຊູຊີບຢູ່ໂຮງໝໍ | ສົ່ງຄົນເຈັບຮອດໂຮງຫມໍ, ທ່ານໝໍທີ່ປະຈຳຢູ່ໂຮງຫມໍຈະເລີ່ມການເຊີດຊູຊີບ | 
|  CCC(Command & Control Center)CCC  ຈະໄດ້ຮັບການສ້າງຕັ້ງຂຶ້ນທີ່ ໂຮງໝໍມິດຕະພາບ. ໃນ CCC ຈະປະກອບມີ ສູນຮັບແຈ້ງເຫດ-ສັ່ງການ ແລະ ຫ້ອງໃຫ້ຄຳປຶກສາ, ນອກຈາກນັ້ນແລ້ວຍັງມີຫ້ອງປະຊຸມທີ່ສາມາດໃຊ້ໃນການຈັດງານສຳມະນາ ຫລື ການປະຊຸມ ຂະໜາດນ້ອຍໄດ້. | 
| ວິດີໂອນີ້ ເປັນວິດີໂອຈຳລອງການປະຕິບັດວຽກງານໃນສູນຮັບແຈ້ງເຫດ-ສັ່ງການ, ເຊິ່ງການປະຕິບັດວຽກງານຕົວຈິງ ທີ່ ສປປ ລາວ ອາດຈະບໍ່ເປັນແບບນີ້ທຸກປະການ. ນອກຈາກນັ້ນແລ້ວ ຍັງມີໜ້າທີ່ໃນການຈັດລະບຽບການບັນທຶກ DATA, ມີສ່ວນຮ່ວມໃນການປະສານງານ ຫລື ຮວບຮວມຂໍ້ມູນຈາກບັນດາອົງກອນ, ການຈັດຕັ້ງ ທີ່ມີສ່ວນຮ່ວມໃນວຽກງານ EMS.。 ເຊິ່ງຄິດວ່າ ວຽກງານເຫຼົ່ານີ້ຈະເປັນວຽກງານທີ່ຂ້ອນຂ້າງສຳຄັນສຳລັບວຽກງານ EMS. | 
|  ໜ່ວຍກູ້ໄພທີ່ເຄື່ອນໄຫວໃນ ສປປ  ລາວ, ສ່ວນໃຫຍ່ ແມ່ນ ປະຊາຊົນທົ່ວໄປທີ່ບໍ່ມີໃບຢັ້ງຢືນວຸດທິຜູ້ຊ່ຽວຊານ. ເນື່ອງຈາກວ່າບໍ່ມີການຈັດຕັ້ງການຝຶກອົບຮົມທີ່ເປັນມາດຕະຖານຂອງການກູ້ຊີບກູ້ໄພ ພາຍໃນອົງກອນ, ຈຶ່ງມີຄວາມແຕກຕ່າງກັນຫຼາຍໃນຄວາມສາມາດຂອງສະມາຊິກກູ້ໄພແຕ່ລະຄົນ, ຄຸນະພາບ ແລະ ຮູບແບບການປະຖົມພະຍາບານເບື້ອງຕົ້ນ ຢູ່ສະຖານທີ່ເກີດເຫດ ຫລື ໃນຂະນະທີ່ກຳລັງນຳສົ່ງໂຮງໝໍ ນັ້ນ ກໍມີຄວາມແຕກຕ່າງກັນຫຼາຍ ໂດຍຂຶ້ນກັບວ່າ ໜ່ວຍກູ້ໄພໜ່ວຍໃດທີ່ຖືກສົ່ງອອກໄປຮັບເຫດ. ໃນໂຄງການນີ້ ພວກເຮົາມຸ້ງຫມັ້ນທີ່ຈະຫລຸດຜ່ອນຄວາມກະຈັດກະຈາຍຂອງການບໍລິການຂອງໜ່ວຍກູ້ໄພ ແລະ ຍົກສູງຄຸນນະພາບຂອງການບໍລິການ ດ້ວຍການສ້າງມາດຕະຖານການສຶກສາ ແລະ ພັດທະນາຫລັກສູດການສຶກສາ ເພື່ອສ້າງໜ່ວຍກູ້ໄພທີ່ມີຄຸນນະພາບສູງແບບຢືນຍົງ. ນອກຈາກນັ້ນແລ້ວ ຈຳນວນທ່ານໝໍ-ພະຍາບານຜູ້ທີ່ມີທັກສະໃນການປິ່ນປົວຜູ້ບາດເຈັບທີ່ມີອາການສາຫັດນັ້ນ ກໍຍັງມີຈຳນວນບໍ່ຫຼາຍ, ແລະ ທັງຍັງມີຂໍ້ຈັດກັດທາງດ້ານຄວາມຮູ້ວິຊາການທາງການແພດສຸກເສີນ ແລະ ການພະຍາບານສຸກເສີນນຳ. ໃນ ສປປ ລາວ, ໄດ້ມີການກຳເນີດແພດສຸກເສີນຄັ້ງທຳອິດໃນປີ 2020, ແຕ່ຈຳນວນທີ່ມີຢູ່ນັ້ນ ກໍຖືວ່າຍັງບໍ່ທັນພຽງພໍ. ຄັ້ງນີ້, ພວກເຮົາຈະພັດທະນາຊັບພະຍາກອນມະນຸດໂດຍຜ່ານການຮ່ວມມືສາມຝ່າຍ (ຍີ່ປຸ່ນ-ລາວ-ໄທ), ໂດຍມີຄວາມມຸ້ງໝັ້ນທີ່ຈະພັດທະນາທັກສະຂອງໝໍ-ພະຍາບານລາວ ໃນດ້ານການພະຍາບານສຸກເສີນ ໄປພ້ອມໆກັບການຮ່ວມມືກັບມະຫາວິທະຍາໄລຂອນແກ່ນ ເຊິ່ງເປັນມະຫາວິທະຍາໄລພັນທະມິດຂອງມະຫາວິທະຍາໄລຊຸກຸບະ. | 
