ເພຈນີ້ ແມ່ນ ສ້າງຂຶ້ນທີ່ ພາກສະໜາມຂອງໂຄງການ.
ເວັບໄຊ້ທາງການແມ່ນຄລິກໃສ່ບ່ອນນີ້

ການແນະນຳກ່ຽວກັບໂຄງການ

ຊື່: SAFER Project
ໂຄງການຢຸດຕິການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະຫນົນ ໂດຍການພັດທະນາບໍລິການ ການແພດສຸກເສີນ ແລະ ມາດຕະຖານຄວາມປອດໄພຕາມທ້ອງຖະໜົນ.
ການສະໜັບສະໜຸນ: ໂຄງການຮ່ວມມືຂັ້ນຮາກຖານຂອງອົງການໄຈກາ (ຄັ້ງທີ 1 ສົກປີ 2019)
ຫົວໜ້າໂຄງການ: TAKAAKI SUZUKI
ຮອງຫົວໜ້າໂຄງການ: JUNJI NISHIDA
ຂອບເຂດການເຄື່ອນໄຫວກິດຈະກຳ: ເອົານະຄອນຫຼວງວຽງຈັນເປັນສູນກາງແລະຈະຂະຫຍາຍໃຫ້ໄດ້ຂອບເຂດທົ່ວປະເທດໃນອະນາຄົດ
ຈຸດປະສົງຂອງໂຄງການ: ໂຄງການມີຄວາມມຸ້ງໝັ້ນໃນການສ້າງລະບົບການບໍລິການ ການແພດສຸກເສີນ (EMS) ເຊິ່ງຈະຊ່ວຍຢຸດການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນ ໃນ ນະຄອນຫຼວງວຽງຈັນ, ທັງມີເປົ້າໝາຍໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວ, ແລະ ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມເສຍຫາຍທາງເສດຖະກິດ-ສັງຄົມຂອງຊຸມຊົນທີ່ເກີດຈາກການບາດເຈັບຈາກການສັນຈອນຕາມທ້ອງຖະໜົນ.

ໜ່ວຍກູ້ໄພໃນນະຄອນຫຼວງວຽງຈັນ

 ໜ່ວຍກູ້ໄພໃນນະຄອນຫຼວງວຽງຈັນ ແມ່ນ ເຄື່ອນໄຫວກິດຈະກຳໂດຍອາສາສະໝັກ ແບບບໍ່ຫວັງຜົນຕອບແທນ ແລະ ດໍາເນີນການບໍລິຫານ ດ້ວຍການບໍລິຈາກ ທີ່ໄດ້ຮັບຈາກບຸກຄົນ ແລະ ນິຕິບຸກຄົນ ເປັນຕົ້ນ.
 ປັດຈຸບັນ ມີໜ່ວຍກູ້ໄພຫລາຍກວ່າ 10 ໜ່ວຍງານ, ໃນນັ້ນ ທາງໂຄງການ ຈະເຂົ້າຢ້ຽມຢາມເພື່ອເກັບກຳຂໍ້ມູນ ແລະ ຈະນຳສະເໜີໃຫ້ທ່ານໄດ້ຮູ້ຈັກກັບບັນດາໜ່ວຍກູ້ໄພເຫລົ່ານີ້ ໄປຕາມລຳດັບ.


ນະຄອນຫຼວງວຽງຈັນ

ທີ່ຕັ້ງ: ສ່ວນຄົດຄ້ຽວຂອງແມ່ນ້ຳຂອງທີ່ມີຊາຍແດນຕິດກັບປະເທດໄທ
ພື້ນທີ່: 3,920km2
ປະຊາກອນ: 948,500ຄົນ(ປີ2020)

 ນະຄອນຫຼວງວຽງຈັນ ແມ່ນ ນະຄອນຫຼວງຂອງປະເທດລາວ ຕັ້ງຢູ່ສ່ວນຄົດຄ້ຽວຂອງແມ່ນ້ຳຂອງເຊິ່ງເປັນຊາຍແດນຕິດກັບປະເທດໄທ. ໄດ້ຮັບການສ້າງຕັ້ງຂຶ້ນ ໃນສະຕະຫວັດທີ 16 ໂດຍ ເຈົ້າໄຊເສດຖາທິລາດ.
 ຢູ່ທີ່ເຂດເມືອງເກົ່າເຊິ່ງຢູ່ລຽບແມ່ນ້ຳຂອງ ແມ່ນ ມີສະຖານທີ່ທີ່ຄັ້ງໜຶ່ງທ່ານຕ້ອງຢາກໄປຢ້ຽມຊົມ ເປັນຕົ້ນແມ່ນ ວັດວາອາຮາມ, ຫໍພິພິທະພັນ, ອານຸສາວະລີ, ສວນສາທາລະນະ ເຊິ່ງຖືກສ້າງຕັ້ງຂຶ້ນມາໃຫ້ຢູ່ໃກ້ໆກັນ.
 ນະຄອນຫຼວງວຽງຈັນ ມີສະຖານທີ່ທ່ອງທ່ຽວທີ່ໜ້າດຶງດູດໃຈເປັນຕົ້ນແມ່ນ ຮ້ານວາງສະແດງຮູບພາບ, ຮ້ານຂາຍເຄື່ອງ, ສະໂມສອນໃນຕອນກາງຄືນ ແລະ ຮ້ານອິນເຕີເນັດ ແລະ ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ. ແລະອີກເທື່ອໜຶ່ງ, ເຖິງວ່ານະຄອນຫຼວງວຽງຈັນ ຈະເປັນເມືອງນ້ອຍ, ແຕ່ທ່ານສາມາດເພີດເພີນກັບອາຫານຕ່າງປະເທດທີ່ຫຼາກຫຼາຍລວມທັງອາຫານລາວນຳດ້ວຍ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ຕັ້ງ: ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລຕັ້ງຢູ່ໃນແຫຼມອິນດູຈີນ ເຊິ່ງມີຊາຍແດນຕິດກັບປະເທດໄທ, ກໍາປູເຈຍ, ຫວຽດນາມ, ຈີນ ແລະ ມຽນມາ.
ເນື້ອທີ່: 236,800km2(ກວ້າງກ່ອນ ຮົງຊູ ໜ້ອຍໜຶ່ງ)
ປະຊາກອນ: 7,169,000ຄົນ(ປີ 2019)
ຄວາມແຕກຕ່າງຂອງເວລາ: ເວລາມາດຕະຖານແມ່ນ Greenwich Mean Time + 7 ຊົ່ວໂມງ (ຊ້າກ່ອນຍີ່ປຸ່ນ 2 ຊົ່ວໂມງ)
ສະພາບອາກາດ:  ປະເທດລາວຢູ່ໃນເຂດອາກາດຮ້ອນ ມີ 2 ລະດູ. ຈາກເດືອນ 5 ເຖິງ ທ້າຍເດືອນ9 ແມ່ນລະດູຝົນ. ຈາກເດືອນ 10 ເຖິງ ເດືອນ 4 ແມ່ນ ລະດູແລ້ງ.
 ອຸນຫະພູມສະເລ່ຍໝົດປີ ແມ່ນ 28 ອົງສາ, ສຳລັບ ເດືອນ4 ເດືອນ 5 ບາງຄັ້ງ ແມ່ນ ອຸນຫະພູມສູງເຖິງ 40 ອົງສາ. ໄລຍະເດືອນ12-ເດືອນ1 ແມ່ນຍາມໜາວ, ຢູ່ນະຄອນຫຼວງວຽງຈັນບາງຄັ້ງອຸນຫະພູມຫລຸດລົງເຖິງ 20 ອົງສາ. ທີ່ເຂດພູດອຍ ໃນຍາມກາງຄືນ ບາງຄັ້ງອາກາດຕ່ຳລົງເຖິງຂັ້ນຕິດລົບ.
 ປະລິມານນ້ຳຝົນຕໍ່ປີທີ່ສູງທີ່ສຸດ ແມ່ນ ຢູ່ພາກໃຕ້ຂອງ ສປປ ລາວ, ທີ່ພູຫຼວງ ປະລິມານນ້ຳຝົນຕໍ່ປີ ແມ່ນ ຫລາຍກວ່າ 3,000 ມີລີລິດ. ທີ່ນະຄອນຫຼວງວຽງຈັນ ແມ່ນ 1,500 ~ 2,000 ມີລີລິດ, ທີ່ພາກເໜືອ ມີພຽງແຕ່ 1,000~ 1,500 ມີລີລິດ.
 ສຳລັບ ໂອຊາກະ ແລະ ໂຕກຽວ ແມ່ນ ປະມານ 1,500 ມີລີລິດ.

 ສປປລາວ ຕັ້ງຢູ່ໃຈກາງແຫຼມອິນດູຈີນ, ອາຊີຕາເວັນອອກສ່ຽງໃຕ້, ຢູ່ເສັ້ນຂະໜານ 14 ຫາ 23 ອົງສາເໜືອ ແລະເສັ້ນແວງ 100 ຫາ 108 ອົງສາຕາເວັນອອກ.
 ປະເທດລາວເປັນປະເທດດຽວໃນອາຊີຕາເວັນອອກສ່ຽງໃຕ້ທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ມີຄວາມຍາວ 1,700 ກິໂລແມັດ ຈາກພາກໃຕ້ຫາພາກເໜືອ. ສ່ວນທີ່ກວ້າງທີ່ສຸດຂອງປະເທດແມ່ນປະມານ 500 ກິໂລແມັດຈາກພາກຕາເວັນອອກຫາທິດຕາເວັນຕົກ, ໃນຂະນະທີ່ສ່ວນແຄບທີ່ສຸດແມ່ນ 140 ກິໂລແມັດ.
 ປະເທດລາວມີຊາຍແດນຕິດກັບ ປະເທດຈີນ ທາງທິດເໜືອ ເປັນໄລຍະທາງ 505 ກິໂລແມັດ, ຕິດກັບປະເທດກຳປູເຈຍເຊິ່ງຢູ່ທາງທິດໃຕ້ 435 ກິໂລແມັດ, ຕິດກັບປະເທດປະເທດຫວຽດນາມເຊິ່ງຢູ່ທິດຕາເວັນ ອອກ 2,069 ກິໂລແມັດ, ຕິດກັບປະເທດໄທເຊິ່ງຢູ່ທາງທິດຕາເວັນຕົກ 1,835 ກິໂລແມັດ, ແລະ ຕິດກັບປະເທດມຽນມາທີ່ຢູ່ທາງທິດຕາເວັນຕົກສຽງເໜືອ 236 ກິໂລແມັດ.
 ເນື້ອທີ່ທັງໝົດຂອງ ສປປ ລາວ ແມ່ນ 236,800 km2 , ເຊິ່ງໄດ້ແບ່ງອອກເປັນສາມເຂດຄື: ເຂດພູດອຍ, ເຂດພູພຽງ, ແລະ ເຂດທົ່ງພຽງ. ເຊິ່ງສາມສ່ວນສີ່ ແມ່ນ ກວມເອົາເຂດພູດອຍ ແລະ ເຂດພູພຽງ.

###### Since 28/10/2021