ເພຈນີ້ ແມ່ນ ສ້າງຂຶ້ນທີ່ ພາກສະໜາມຂອງໂຄງການ.
ເວັບໄຊ້ທາງການແມ່ນຄລິກໃສ່ບ່ອນນີ້

ຄວາມໝາຍຂອງ SAFER Project

 SAFER Project ແມ່ນ ໄດ້ມາຈາກການເອົາໂຕໜັງສືໂຕທຳອິດ ຈາກພາສາອັງກິດ ຂອງຄຳວ່າ “Project for Stopping the Accident Fatality rise by EMS development and Road safety” ເຊິ່ງເປັນ “ໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດຕິເຫດ ໂດຍການພັດທະນາບໍລິການ ການແພດສຸກເສີນ ແລະ ມາດຕະການຄວາມປອດໄພຕາມທ້ອງຖະຫນົນ

 ເຊິ່ງຄັ້ງນີ້ ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ແມ່ນ ສຸມໃສ່ວຽກງານ EMS (ລະບົບການບໍລິການການແພດສຸກເສີນ) ພາຍໃນນະຄອນຫຼວງວຽງຈັນ.

 ວຽກງານ EMS ໃນ ສປປ ລາວ ແມ່ນ ໄດ້ຮັບການຈັດຕັ້ງປະຕິບັດມາໃນລະດັບທີ່ສົມຄວນແນ່ແລ້ວ ເຊິ່ງໄດ້ຮັບການຮ່ວມມືຫລັກໆຈາກ ໂຮງໝໍມິດຕະພາບ, ບັນດາໜ່ວຍກູ້ໄພທີ່ເປັນໜ່ວຍງານອາສາສະໝັກ ແລະ ໂຮງໝໍລັດແຫ່ງຕ່າງໆ.

 ບັນດາຜູ້ຊ່ຽວຊານຍີ່ປຸ່ນ ໄດ້ພັດທະນາ ແລະ ນຳໃຊ້ລະບົບ IT, ການຈັດການຝຶກອົບຮົມກ່ຽວກັບການບໍລິການ ການແພດສຸກເສີນຂັ້ນສູງ ໂດຍໄດ້ຮັບການສະໜັບສະໜູນທາງດ້ານການເງິນ ຈາກອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ) ເພື່ອຍົກລະດັບບັນດາວຽກງານດັ່ງກ່າວ ໃນໂຄງການໃຫ້ສູງຂຶ້ນອີກຕື່ມ.

 ໂຄງການດັ່ງກ່າວນີ້ ມີແຜນສຳເລັດການເຄື່ອນໄຫວກິດຈະກຳໃນປີ 2024, ສະນັ້ນ ຈຶ່ງຫວັງຢ່າງຍິ່ງວ່າຈະໄດ້ກັບການສະໜັບສະໜູນ ແລະ ການຮ່ວມມືຈາກບັນດາທ່ານດ້ວຍ.

###### Since 28/10/2021